ໜ້າຫຼັກ
ສາຂາ
ສາຂາ ນະຄອນຫຼວງວຽງຈັນ
ສາຂາ ນະຄອນຫຼວງວຽງຈັນ(2)
ສາຂາ ວຽງຈັນ
ສາຂາ ຫຼວງນ້ຳທາ
ສາຂາ ຈຳປາສັກ
ຮ່ວມທືນ
ກ່ຽວກັບພວກເຮົາ
ຂໍ້ມູນຂ່າວສານ
ຕິດຕໍ່
ຂໍ້ມູນນັກຮຽນ
ເຂົ້າສູ່ລະບົບ
ລົງທະບຽນ
ຂໍ້ມູນຂ່າວສານ
Home
ຂ່າວກິດຈະກຳໂຮງຮຽນ
ຂໍ້ມູນຂ່າວສານ
monday
August 17, 2021
ສິ່ງດີໆມາແນະນຳ
September 1, 2021
Published by
khamhou
on
September 1, 2021
Categories
ຂ່າວກິດຈະກຳໂຮງຮຽນ
Tags
ໃນຊ່ວງເວລາທີ່ລູກໆອາຍຸປະມານ 2 ຫາ 3 ປີ ທາງຜູ້ປົກຄອງຈະຕ້ອງໄດ້ກຽມຕົວກັບສະຖານະການທີ່ຕື່ນເຕັ້ນ ແລະ ຄິດຮອດໃນເວລາດຽວກັນ ເພາະວ່າມັນເປັນເວລາຂອງການເຂົ້າຮຽນຄັ້ງທຳອິດຂອງລູກ ເຊິ່ງການໄປໂຮງຮຽນນັ້ນຖືເປັນພັດທະນາສ່ວນໜຶ່ງຂອງເດັກ ເພາະມັນເປັນສະຖານທີ່ແປກໃໝ່ ທີ່ພວກເຂົາຈະໄດ້ຝຶກການເຂົ້າສັງຄົມ ແລະ ໃຊ້ຊີວິດຮ່ວມກັບຜູ້ອື່ນ ພ້ອມທັງໄດ້ຮຽນຮູ້ສິ່ງຕ່າງໆ ບໍ່ວ່າຈະເປັນການຫຼິ້ນກິດຈະກຳຕ່າງໆ, ຝຶກການຂຽນ-ອ່ານ ແລະ ທີ່ສຳຄັນແມ່ນການເຂົ້າສູ່ສັງຄົມໃໝ່ ບໍ່ວ່າຈະເປັນຄວາມຢ້ານ, ຄວາມກັງວົນໃຈ ແລະ ຄວາມບໍ່ໄວ້ວາງໃຈ ໃນໂລກໃໝ່ຂອງພວກເຂົາອາດເກີດຂຶ້ນໄດ້ເພາະວ່າ ພວກເຂົາຕ້ອງແຍກຈາກພໍ່ແມ່ເພື່ອມາຮຽນຮູ້ການເຂົ້າສັງຄວາມກັບໝູ່ຢູ່ໂຮງຮຽນ ແລະ ກ່ອນທີ່ຈະມາໂຮງຮຽນນັ້ນ ທາງຜູ້ປົກກໍຕ້ອງໄດ້ກຽມຄວາມພ້ອມບາງຢ່າງໃຫ້ລູກໆ ເພື່ອເປັນການຝຶກໃຫ້ເຂົາຮູ້ຈັກການປັບໂຕໃນເວລາທີ່ບໍ່ໄດ້ຢູ່ກັບພໍ່ ແລະ ແມ່ ດັ່ງລຸ່ມນີ້:
1. ເລົ່າເລື່ອງກ່ຽວກັບໂຮງຮຽນ
ໂດຍຜູ້ປົກຄອງອາດຈະເລົ່າເລື່ອງຕ່າງໆກ່ຽວກັບການໄປໂຮງຮຽນໃຫ້ລູກຟັງວ່າເປັນຫຍັງຖຶງຕ້ອງໄປໂຮງຮຽນເຊັ່ນ ເວລາໄປໂຮງຮຽນພວກເຂົາຈະໄດ້ພົບພໍ້ກັບໝູ່ເພື່ອນຫຼາຍຄົນ ໂດຍມີອາຈານເປັນຜູ້ດູແລເບິ່ງແຍງແທນພໍ່ແມ່ ໂດຍເວລາທີ່ຢູ່ໂຮງຮຽນນອກຈາກຈະມີໝູ່ຫຼາຍແລ້ວຍັງມີຂອງຫຼິ້ນ ແລະ ກິດຈະກຳຕ່າງໆໃຫ້ເຮັດນຳອີກ ໂດຍຜູ້ປົກຄອງຕ້ອງເວົ້າໃນລັກສະນະດ້ານບວກເພື່ອໃຫ້ພວກເຂົາສ້າງທັດສະນະຄະຕິທີດີກ່ຽວກັບໂຮງຮຽນ.
2. ສ້າງຄວາມຄຸນເຄີຍໃຫ້ກັບເດັກ
ກ່ອນໄປໂຮງຮຽນຜູ້ປົກຄອງອາດຈະຫາເວລາຫວ່າງພາເດັກໄປສຳຫຼວດໂຮງຮຽນ ໃຫ້ພວກເຂົາໄດ້ເຫັນບັນຍາກາດ ເພື່ອເປັນການສ້າງຄວາມຄຸ້ນເຄີຍ ໂດຍການພາຢ່າງເບິ່ງບໍລິເວນອ້ອມຮອບໂຮງຮຽນ ແລະ ໂອ້ລົມກັບເຂົາກ່ຽວກັບສິ່ງທີ່ເຫັນພາຍໃນໂຮງຮຽນ.
3. ບອກເລື່ອງກິດຈະວັດປະຈຳວັນ
ກ່ອນຈະເຂົ້າໂຮງຮຽນ ຜູ້ປົກຄອງຕ້ອງຝຶກໃຫ້ ລູກໆ ເຊົາໃສ່ແພ່ມເພີດ ກ່ອນ ແລະ ຝຶກໃຫ້ພວກເຂົາສື່ສານບອກຄວາມຕ້ອງການຂອງຕົນເອງເຊັ່ນ: ເວລາປວດຍ່ຽວ ຫຼື ອຶ ຫຼື ຢາກເຂົ້າຫ້ອງນ້ຳ ລວມເຖິງການຝຶກໃຫ້ພວກເຂົານຸ່ງເຄື່ອງດ້ວຍຕົນເອງ ແລະ ທີ່ສຳຄັນແມ່ນ ຕ້ອງຝຶກໃຫ້ພວກເຂົາຮູ້ຈັກການຕັກອາຫານກິນດ້ວຍຕົນເອງ ແລະ ສອນໃຫ້ຮູ້ຈັກການຈັບບ່ວງ ແລະ ສ້ອມ ໃນເບື້ອງຕົ້ນດ້ວຍ.
4. ຈັດເວລາເຂົ້ານອນໃນມື້ທີ່ເດັກໆຕ້ອງໄປໂຮງຮຽນ
ໂດຍປົກກະຕິເດັກນ້ອງໃນຊ່ວງກ່ອນເຂົ້າໂຮງຮຽນບໍ່ຄວນນອນເດິກເກີນເວລາ 21:00 ໂມງ ເພື່ອເປັນການເຮັດໃຫ້ເດັກລຶ້ງເຄີຍຈົນເປັນນິໄສ ເພື່ອໃຫ້ພວກເຂົາໄດ້ພັກຜ່ອນຢ່າງເຕັມທີ່ ແລະ ຕື່ນເຊົ້າໄປໂຮງຮຽນໃຫ້ທັນເວລາ ແລະ ເຂົາກໍສາມາດລຸກເອງໄດ້ໂດຍທີ່ພໍ່ແມ່ ບໍ່ຕ້ອງປຸກ ເພາະວ່ານອນຄົບໄລຍະເວລາທີ່ກຳນົດແລ້ວ ທີ່ສຳຄັນຖ້າພວກເຂົາພັກຜ່ອນພຽງພໍ ກໍຈະເຮັດໃຫ້ພວກເຂົາມີຄວາມສົດຊື່ນ, ບໍ່ງໍແງ ແລະ ພ້ອມທີ່ຈະເຮັດກິດຈະກຳຢູ່ໂຮງຮຽນຢ່າງເຕັມທີ່.
5. ກຽມໃຈ ແລະ ຢ່າໃຈອ່ອນ ສຳລັບ ພໍ່ແມ່
ສິ່ງສຳຄັນທີ່ສຸດກໍແມ່ນຜູ້ປົກຄອງ ເພາະເວລາທີ່ໄປສົ່ງລູກຢູ່ໂຮງຮຽນແລ້ວ ກໍຄວນຢ່າງອອກຈາກເດັກມາເລີຍ ແລະ ປ່ອຍໃຫ້ເປັນໜ້າທີ່ຂອງຄູອາຈານເປັນຜູ້ດູແລເດັກຕໍ່ໄປ ເພາະຖ້າຜູ້ປົກຄອງຍັງບໍ່ຢ່າງອອກຈາກພວກເຂົາເດັກກໍຈະແຮງຮ້ອງໄຫ້ຫຼາຍຂຶ້ນ ດັ່ງນັ້ນ, ພໍ່ແມ່ ຕ້ອງໃຈແຂງ ແລະ ເມື່ອເຂົາໄດ້ພົບພໍ້ໝູ່ຄູ່ໄປໃນໄລຍະໜຶ່ງພວກເຂົາກໍຈະເຊົາຮ້ອງເອງ ແລະ ອາດຈະໃຊ້ເວລາ 1 ຫາ 2 ມື້ ພວກເຂົາກໍຈະບໍ່ຮ້ອງໄຫ້ແບບມື້ທຳອິດອີກເລີຍ.
(ຖ້າຜູ້ປົກຄອງຢາກແອບເບິ່ງກໍແອບໄດ້ ແຕ່ຢ່າໃຫ້ພວກເຂົາເຫັນເດັກຂາດ ບໍ່ຊັ້ນຈະເປັນເລື້ອງ)
——————————————–
#ໂຮງຮຽນເດັກຄຳຮູ້
ສອບຖາມຂໍ້ມູນ: 020 5599 4516 & 020 5567 5000
ສະຖານທີ່: ບ້ານ ຮ່ອງແກ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ.
Share
0
khamhou
Related posts
August 17, 2021
monday
Read more
May 31, 2021
Covid-19
Read more
Comments are closed.
ສາຂາ