ໜ້າຫຼັກ
ສາຂາ
ສາຂາ ນະຄອນຫຼວງວຽງຈັນ
ສາຂາ ນະຄອນຫຼວງວຽງຈັນ(2)
ສາຂາ ວຽງຈັນ
ສາຂາ ຫຼວງນ້ຳທາ
ສາຂາ ຈຳປາສັກ
ຮ່ວມທືນ
ກ່ຽວກັບພວກເຮົາ
ຂໍ້ມູນຂ່າວສານ
ຕິດຕໍ່
ຂໍ້ມູນນັກຮຽນ
ເຂົ້າສູ່ລະບົບ
ລົງທະບຽນ
ສິ່ງດີທຢາກແນະນຳໃຫ້ຜູ້ປົກຄອງໄດ້ຮູ້
Home
Bez kategorii
ສິ່ງດີທຢາກແນະນຳໃຫ້ຜູ້ປົກຄອງໄດ້ຮູ້
ສິ່ງດີໆແນະນຳ
September 1, 2021
Published by
khamhou
on
September 13, 2021
Categories
Bez kategorii
Tags
ເທັກນິກລ້ຽງລູກໃຫ້ມີຄວາມສຸກດ້ວຍວິທີ “ໃຫ້ 5 ຫ້າມ 1”
1. ໃຫ້ລູກຮູ້ຈັກການເປັນຕົວຂອງຕົວເອງ: ພໍ່ແມ່ຄວນເປີດໂອກາດໃຫ້ລູກໄດ້ຮຽນຮູ້ ສຳຫຼວດ ແລະ ທົດລອງເຮັດຫຍັງດ້ວຍຕົນເອງ ປ່ອຍໃຫ້ລູກມີອິດສະຫຼະໃນການເລືອກໃຫ້ຄວາມສົນໃຈສິ່ງຕ່າງໆ ໂດຍມີພໍ່ແມ່ຄອຍເບິ່ງຢູ່ໃກ້ໆ ແລະ ໃຫ້ຄຳແນະນຳເທົ່າທີ່ຈຳເປັນ ການໃຫ້ລູກມີອິດສະຫຼະໃນການຄິດ ແລະ ຕັດສິນໃຈດ້ວຍຕົນເອງ ຈະສົ່ງຜົນໃຫ້ລູກມີຄວາມເປັນຕົວຂອງຕົວເອງຫຼາຍຂຶ້ນ
2. ໃຫ້ລູກຊ່ວຍເຮັດງານບ້ານ: ການມອບໝາຍໜ້າທີ່ໃຫ້ລູກຊ່ວຍເຮັດວຽກເຮືອນເປັນການສ້າງເສີມສັກກະຍະພາບຮອບດ້ານໃຫ້ກັບລູກ ລວມເຖິງຊ່ວຍໃຫ້ລູກຮູ້ຈັກການຊ່ວຍເຫຼືອ ຮູ້ຈັກແບ່ງປັນ ສະແດງຄວາມມີນໍ້າໃຈຕໍ່ຄົນໃນຄອບຄົວອີກນຳ
3. ໃຫ້ຄວາມສຳຄັນກັບການມີເວລາໃຫ້ລູກ: ຖ້າພໍ່ແມ່ມີເວລາວ່າງ ຄວນມອງຫາກິດຈະກຳທີ່ເຮັດຮ່ວມກັນທັງຄອບຄົວເຊັ່ນ ເຮັດກິດຈະກຳປະດິດຂອງຫຼິ້ນ ເບິ່ງໜັງ ເຮັດອາຫານ ລວມເຖິງກິດຈະກຳນອກບ້ານເຊັ່ນ ໄປສວນສັດ ໄປພິພິດທະພັນ ເພາະການທີ່ຄອບຄົວໄດ້ເຮັດກິດຈະກຳຮ່ວມກັນຖືວ່າເປັນການສ້າງຄວາມສຳພັນພາຍໃນຄອບຄົວໃຫ້ໜຽວແໜ້ນ ເຮັດໃຫ້ເດັກໆຮູ້ສຶກອົບອຸ່ນ ປອດໄພ ແລະ ມອງເຫັນວ່າເວລາທີ່ໄດ້ຢູ່ກັບພໍ່ແມ່ນັ້ນພິເສດສະເໝີ
4. ໃຫ້ລູກຮູ້ວ່າ ລູກເປັນສ່ວນໜຶ່ງຂອງຄອບຄົວສະເໝີ: ເວລາທີ່ລູກມີພຶດຕິກຳຫຼືຄຳເວົ້າບໍ່ໜ້າຮັກ ພໍ່ແມ່ບໍ່ຄວນໃຊ້ອາລົມຕອບໂຕ້ ຫຼື ເຮັດໃຫ້ລູກຮູ້ສຶກຕົວເອງແປກແຢກເຊັ່ນ ຄຳຂູ່ວ່າເຮັດແບບນີ້ແລ້ວຈະບໍ່ຮັກ ຫຼື ການປຽບທຽບລູກກັບເດັກອື່ນ ແຕ່ຄວນໃຊ້ເຫດຜົນອະທິບາຍໃຫ້ລູກເຂົ້າໃຈວ່າ ເປັນຫຍັງພໍ່ແມ່ຈຶ່ງບໍ່ພໍໃຈ ແລະ ຢ່າລືມສະແດງໃຫ້ລູກເຫັນວ່າ ພໍ່ແມ່ຮັກລູກ ເຖິງວ່າລູກຈະເຮັດໂຕບໍ່ໜ້າຮັກ ແຕ່ລູກກໍ່ເປັນສ່ວນໜຶ່ງຂອງຄອບຄົວ ແລະ ເຝທຸກຄົນພ້ອມທີ່ຈະໃຫ້ອະໄພສະເໝີ
5. ໃຫ້ໂພສະນາການທີ່ດີແກ່ລູກ: ອາຫານຖືເປັນປັດໄຈຫຼັກໃນການເສີມສ້າງຮ່າງກາຍ ແລະ ພັດທະນາການຂອງເດັກບໍ່ວ່າຈະເປັນການໃຫ້ລູກໄດ້ດື່ມນົມແມ່ຕັ້ງແຕ່ເກີດ ຫຼື ດື່ມນົມທີ່ອຸດົມໄປດ້ວຍສານອາຫານຄົບຖ້ວນທີ່ຈຳເປັນຕໍ່ການຈະເລີນເຕີບໂຕຂອງລູກ ລວມເຖິງການຮັບປະທານອາຫານທີ່ດີຕໍ່ສຸຂະພາບເພື່ອການຈະເລີນເຕີບໂຕໄດ້ຢ່າງແຂງແຮງສົມໄວ
6. ຫ້າມປຽບທຽບລູກກັບຄົນອື່ນ: ບາງຄັ້ງພໍ່ແມ່ອາດຈະເຜີໃຊ້ຄຳເວົ້າປຽບທຽບລູກກັບຄົນອື່ນເຊັ່ນ ເວົ້າວ່າຄົນອື່ນເກັ່ງກວ່າ ດີກວ່າ ເພື່ອທີ່ຈະເປັນແຮງຜັກດັນໃຫ້ລູກພັດທະນາຕົວເອງໃຫ້ດີຂຶ້ນ ເຊິ່ງເປັນສິ່ງທີ່ບໍ່ຄວນເຮັດຢ່າງຍິ່ງ ເພາະສະນັ້ນຄວນເຂົ້າໃຈ ແລະ ພູມໃຈໃນສິ່ງທີ່ລູກເປັນໃຫ້ຫຼາຍຂຶ້ນ
——————————————–
#ໂຮງຮຽນເດັກຄຳຮູ້
https://khamhouschool.edu.la/
ສອບຖາມຂໍ້ມູນ: 020 5599 4516 & 020 5567 5000
ສະຖານທີ່: ບ້ານ ຮ່ອງແກ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ.
Share
0
khamhou
Related posts
September 1, 2021
ສິ່ງດີໆແນະນຳ
Read more
September 1, 2021
ສິ່ງດີໆມາແນະນຳ
Read more
Comments are closed.
ສາຂາ