ໜ້າຫຼັກ
ສາຂາ
ສາຂາ ນະຄອນຫຼວງວຽງຈັນ
ສາຂາ ນະຄອນຫຼວງວຽງຈັນ(2)
ສາຂາ ວຽງຈັນ
ສາຂາ ຫຼວງນ້ຳທາ
ສາຂາ ຈຳປາສັກ
ຮ່ວມທືນ
ກ່ຽວກັບພວກເຮົາ
ຂໍ້ມູນຂ່າວສານ
ຕິດຕໍ່
ຂໍ້ມູນນັກຮຽນ
ເຂົ້າສູ່ລະບົບ
ລົງທະບຽນ
ສິ່ງດີໆມາແນະນຳ
Home
Bez kategorii
ສິ່ງດີໆມາແນະນຳ
ຂໍ້ມູນຂ່າວສານ
September 1, 2021
ສິ່ງດີໆແນະນຳ
September 1, 2021
Published by
khamhou
on
September 1, 2021
Categories
Bez kategorii
Tags
ເມື່ອເຖິງຊ່ວງເວລາທີ່ເດັກໆຕ້ອງໄປເຂົ້າໂຮງຮຽນແຕ່ຈະເຮັດແນວໃດດີເມື່ອພວກເຂົາຍັງບໍ່ເຊົາໃສ່ແພ່ມເພີດ. ຂໍບອກໄວ້ກ່ອນເລີຍວ່າການທີ່ເຮົາຈະຝຶກເດັກນ້ອຍເຮົາກໍຕ້ອງເຂົ້າໃຈວ່າ ຄວາມພ້ອມຂອງພວກເຂົາທີ່ຈະຢືນຍ່ຽວເອງໄດ້ແມ່ນຕ້ອງ 2 ປີ ຂຶ້ນໄປ ເພາະວ່າກ້າມເນື້ອບ່ອນຂາຂອງເຂົາແມ່ນຈະເລີ່ມແຂງແຮງ ແລະ ສາມາດທີ່ຈະອົດຍ່ຽວໄດ້ແລ້ວ ແຕ່ວ່າພັດທະນາການຂອງເດັກນ້ອຍ ແມ່ນບໍ່ຄືກັນເດີ້ !!! ສະນັ້ນເຮົາຕ້ອງເລີ່ມຝຶກພວກເຂົາດັ່ງນີ້:
1. ອຶ ແລະ ຍ່ຽວ ແມ່ນຫຍັງ ?
ກ່ອນທີ່ເຮົາຈະເລີ່ມຝຶກໃຫ້ເຂົາເຊົາແພ່ມເພິດໄດ້ ເຮົາຕ້ອງສອນໃຫ້ພວກເຂົາຮູ້ຈັກວ່າ ອຶ ແມ່ນຫຍັງ ແລະ ຍ່ຽວ ແມ່ນຫຍັງ ເພາະເວລາທີ່ເຂົາປວດເຂົາຈະໄດ້ສື່ສານຄວາມໝາຍກັບເຮົາຖືກ.
2. ຊ່ວງເວລາທີ່ເໝາະສົມໃນການຝຶກແມ່ນ ກາງເວັນ.
ໃນຊ່ວງທຳອິດຂອງການຝຶກຄືໃນຊ່ວງເວລາຕອນກາງເວັນໃນລະຫວ່າງມື້ຜູ້ປົກຄອງຄວນໃຫ້ເດັກໃນໂສ້ງຊັບໃນແທນການໃສ່ແພ່ມເພິດ ເພາະເວລາກາງເວັນເຮົາສາມາດຝຶກເດັກນ້ອຍໄດ້ເຕັມທີ່ກວ່າຕອນກາງຄືນແຕ່ກໍອາດຈະເມື່ອຍແນ່ ເພາະຜູ້ປົກຄອງຈະຕ້ອງຖ້າມ້ຽນອຶ ມ້ຽນຍ່ຽວຂອງເດັກຈົນກວ່າເຂົາຈະສາມາດປັບໂຕໄດ້.
3. ໝັ່ນຖາມ ແລະ ສັງເກດທຸກໆຊົ່ວໂມງ.
ໝັ່ນຖາມພວກເຂົາວ່າປວດອຶ ປວດຍ່ຽວບໍ່ ເພາະວ່າເດັກນ້ອຍບາງຄົນອາດຈະຕິດການຫຼິ້ນຫຼາຍຈົນເພີນ ແລະ ອົດຍ່ຽວໄວ້ ດັ່ງນັ້ນ, ຕ້ອງໄດ້ໝັ່ນສັງເກດອາການຂອງພວກເຂົາຕື່ມ.
4. ອະທິບາ່ຍເມື່ອເຮົາເຂົ້າຮ້ອງນ້ຳ.
ເມື່ອຜູ້ປົກຄອງຈະເຂົ້າຫ້ອງນ້ຳລອງອະທິບາຍໃຫ້ພວກເຂົາຟັງເບິ່ງວ່າເຂົ້າໄປເຮັດຫຍັງ ຫຼື ຖ້າຈະໃຫ້ດີຜູ້ປົກຄອງກໍສາມາດພາເດັກເຂົ້າໄປໃນຫ້ອງນ້ຳຳ້ອມກັນໄດ້ເລີຍ ຈະເຮັດໃຫ້ພວກເຂົາຄຸ້ນເຄີຍວ່າເມື່ອເວລາປວດອຶ ຫຼື ປວດຍ່ຽວ ແມ່ນຕ້ອງໄປຫ້ອງນ້ຳ ແລະ ນັ່ງໂຖສ້ວມທຸກຄັ້ງ.
5. ໂຖນັ່ງອຶທີ່ສວຍງາມອາດຈະບໍ່ໄດ້ຊ່ວຍຫຍັງ.
ທາງທີ່ດີຜູ້ປົກຄອງຄວຍໃຫ້ເດັກໆເລືອກໂຖຍ່ຽວດ້ວຍຕົນເອງ ຫຼື ພະຍາຍາມເລືອກອັນທີ່ເດັກນັ່ງສະບາຍ ເພື່ອເວລາທີ່ເຮົາຝຶກເດັກໃຫ້ນັ່ງກະໂຖ ເດັກຈະໄດ້ບໍ່ຮູ້ສຶກອຶດອັດ ແລະ ເກີດຄວາມຄຸ້ນເຄີຍໃນການນັ່ງ.
6. ເຂົ້າຫ້ອງນ້ຳກ່ອນເຂົ້ານອນ.
ການຍ່ຽວໃສ່ບ່ອນນອນ ສາເຫດອາດເກີດຈາກທີ່ເດັກດື່ມນ້ຳຫຼາຍກ່ອນເຂົ້ານອນ ດັ່ງນັ້ນ, ຜູ້ປົກຄອງຄວນພາເດັກເຂົ້າຫ້ອງນ້ຳໃຫ້ຮຽບຮ້ອຍກ່ອນ ແຕ່ຖ້າມື້ໃດຜູ້ປົກຄອງຮູ້ສຶກວ່າເດັກອາດດື່ມນ້ຳຫຼາຍເປັນພິເສດກໍຄວນປຸກພວກເຂົາລຸກເຂົ້າຫ້ອງນ້ຳໃນຕອນກາງຄືນດ້ວຍ ຖືວ່າເປັນການຫຼີກລ່ຽງບໍ່ໃຫ້ພວກເຂົາຍ່ຽວໃສ່ບ່ອນນອນ ແລະ ເລື່ອງທີ່ສຳູຄັນທີ່ສຸດສຳລັບຜູ້ປົກຄອງເລີຍຄືຫ້າມໃຈອ່ອນເດັດຂາດບໍ່ວ່າຈະກໍລະນີໃດກໍຕາມ.
7. ເອົາໄວ້ໃກໆ ສະບາຍໃຈກວ່າ.
ວາງກະໂຖໄວ້ໃກ້ໂຕ ຫຼື ບ່ອນທີ່ພວກເຂົາສາມາດເບິ່ງເຫັນໄດ້ງ່າຍ ເພື່ອເວລາເດັກປວດຍ່ຽວຈະໄດ້ຈັບໃຊ້ສະດວກ ແລະ ຈະບໍ່ການກົດດັນເດັກທີ່ຈະຕ້ອງຟ້າວແລ່ນໄປເຂົ້າຫ້ອງນ້ຳ.
8. ກຳລັງໃຈສຳຄັນສະເໝີ.
ເມື່ອພວກເຂົາສາມາດເຮັດໄດ້ຕາມທີ່ຕົກລົງກັນໃນແຕ່ລະຄັ້ງເຮົາກໍຄວນຊື່ນຊົມພວກເຂົາ ແລະ ບໍ່ຄວນຮ້າຍເມື່ອພວດເຂົາເຂົ້າຫ້ອງນ້ຳບໍ່ທັນ ຜູ້ປົກຄອງຄວນໃຫ້ກຳລັງໃຈ ແລະ ບອກພວກເຂົາວ່າເທື່ອໜ້າເອົາ ໃໝ່.
——————————————–
#ໂຮງຮຽນເດັກຄຳຮູ້
ສອບຖາມຂໍ້ມູນ: 020 5599 4516 & 020 5567 5000
ສະຖານທີ່: ບ້ານ ຮ່ອງແກ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ.
Share
0
khamhou
Related posts
September 13, 2021
ສິ່ງດີທຢາກແນະນຳໃຫ້ຜູ້ປົກຄອງໄດ້ຮູ້
Read more
September 1, 2021
ສິ່ງດີໆແນະນຳ
Read more
Comments are closed.
ສາຂາ