ການຮ່ວມທຶນ

Message ຈາກອຳນວຍການທີ່ມີຕໍ່ຜູ້ລົງທຶນ

ການປະກອບກິດຈະການໃນຮູບແບບໂຮງຮຽນລ້ຽງເດັກ-ອະນຸບານ ແມ່ນເປັນການຊ່ວຍພັດທະນາຊັບພະຍາກອນມະນຸດກໍ່ຄືຊ່ວຍທັງພາກລັດໃນການສົ່ງຄວາມຮູ້ໃຫ້ແກ່ເດັກ, ຊ່ວຍຜູ້ປົກຄອງໃນການດູແລເດັກໃນເວລາທີ່ຜູ້ປົກຄອງໄປປະຕິບັດວຽກງານ, ອີງຕາມນະໂຍບາຍການສົ່ງເສີມການສຶກສາ ແລະ ການລຸດຜ່ອນການກືກໜັງສືຈາກລັດຖະບານ. ການເປີດໂຮງຮຽນເພື່ອໃຫ້ບໍລິການແກ່ເດັກ 3ເດືອນ - 6ປີ ແມ່ນເປັນສິ່ງສຳຄັນ ແລະ ເປັນຄວາມຕ້ອງການຂອງຜູ້ປົກຄອງທີ່ຂາດບໍ່ໄດ້. ເດັກໄວດັ່ງກ່າວບໍ່ສາມາດຮຽນອອນລາຍໄດ້ ຕ້ອງໄດ້ມາຮຽນຢູ່ຫ້ອງຮຽນເທົ່ານັ້ນ.
ສະນັ້ນ, ການລົງທຶນໃນກິດຈະການໂຮງຮຽນແມ່ນເປັນສິ່ງຈຳເປັນ ແລະ ເປັນທຸລະກິດທີ່ຍືນຍົງ ເນື່ອງຈາກວ່າ ເດັກເກີດໃໝ່ທຸກມື້ ປະຊາກອນເພີ່ມຂຶ້ນຫຼາຍ, ການຮຽນ-ການສອນ ທີ່ຈຳເປັນຕ້ອງນຳໃຫ້ທັນຍຸກທັນສະໃໝ່, ການດູແລເອົາໃນໃຈ່ຄວາມປອດໄພ, ອາຫານການກິນຂອງເດັກແມ່ນຕ້ອງໄດ້ດູແລ.
ໂຮງຮຽນຂອງພວກເຮົາ ມີທັງຫຼັກສູກທີ່ເໝາະສົມກັບໄວຂອງເດັກ, ມີຮູບແບບກິດຈະກຳຫຼາກຫຼາຍໃຫ້ເດັກ, ມີການຝຶກອົບຮົມຄູ ແລະ ສ້າງຄວາມເຂັ້ມແຂງໃຫ້ອົງກອນ, ມີລະບົບການລົງບັນຊີລາຍຮັບ-ລາຍຈ່າຍທີ່ຊັດເຈນ ແລະ ຕິດຕາມໄດ້ ເຮັດໃຫ້ບໍ່ເກີດການຮົ່ວໄຫລຂອງທຶນ. ນອກຈາກນີ້ການລົງທຶນໃສ່ກິດຈະການໂຮງຮຽນຍັງເປັນການລົງທຶນເື່ອດຽວ ແຕ່ໃຫ້ຜົນຕອບແທນທີ່ຍາວນານຈົນເຖິງລຸ້ນລູກລຸ້ນຫຼານໃຫ້ສືບທອດ.
ດັ່ງນັ້ນ, ອີງໃສ່ເປົ້າໝາຍທີ່ທາງໂຮງຮຽນຕ້ອງການຂະຫຍາຍໃຫ້ໄດ້ 1 ສາຂາ 1 ແຂວງໃນທົ່ວປະເທດ ຈິ່ງເຊີນຊວນໃຫ້ຜູ້ທີ່ສົນໃຈລົງທຶນຮ່ວມກັບໂຮງຮຽນໃນການເປີດກິດຈະການໃນແຕ່ລະແຂວງມາຮ່ວມລົງທຶນນຳ.

ຮູບແບບການລົງທຶນ
ຮູບແບບທີ່ 1

ເປັນການລົງທຶນແບບຮ່ວມທຶນກັນຄື: ຫາສະຖານທີ່ເຊົ່າ ແລ້ວລົງທຶນຮ່ວມກັນ 2-ຫຼາຍຄົນກໍ່ໄດ້ໂດຍການເອົາລາຄາແຟນຊາຍເປັນໂຕຕັ້ງແລ້ວປະກອບທຶນໃສ່ຕາມຄວາມສາມາດ. ສ່ວນເງິນປັນຜົນກໍ່ໄດ້ຕາມຈຳນວນທີ່ປະກອບທຶນຕົວຈິງ.
ຮູບແບບທີ່ 2

ຜູ້ສົນໃຈລົງທຶນເປັນຜູ້ລົງທຶນອາຄານ ແລະ ອຸປະກອນທັງໝົດ ແລະ ຕ້ອງການຊື້ພຽງຫຼັກສູດໂຮງຮຽນ ເດັກຄຳຮູ້ ກໍ່ສາມາດເຮັດໄດ້.
ຮູບແບບທີ່ 3

ເປັນການລົງທຶນແບບຊື້ແຟນຊາຍຈາກໂຮງຮຽນເດັກຄຳຮູ້ ເຊິ່ງຜູ້ລົງທຶນຕ້ອງມີທຶນໃນການຊື້ແຟນຊາຍ ແລະ ອາຄານສະຖານທີ່ຕິດແອ ໂດຍການເຊັນສັນຍາໃຊ້ລິຂິສິດຂອງໂຮງຮຽນເດັກຄຳຮູ້ໄລຍະເວລາ 5ປີ ພາຍໃຕ້ການບໍລິຫານຮ່ວມຈາກສຳນັກງານໃຫຍ່ ສ່ວນການຕົບແຕ່ງຫ້ອງຮຽນ, ຫ້ອງອາຫານ, ຫ້ອງການ, ບ່ອນ ຫຼີ້ນ ແລະ ອຸປະກອນການຮຽນ-ການສອນຕ່າງໆ ແມ່ນທາງໂຮງຮຽນປະກອບໃຫ້ເຊັ່ນ: ການແລ່ນເອກະສານເປີດໂຮງຮຽນ, ຝຶກອົບຮົມພະນັກງານທຸກຂະແໜງການ, ປະກອບຫຼັກສູດການຮຽນ, ປະກອບອຸປະກອນການຮຽນ, ເຄື່ອງໃຊ້ໃນຫ້ອງຮຽນຊັ້ນລ້ຽງເດັກ3 ຫ້ອງ, ອະນຸບານ 3 ຫ້ອງຄື: ມີບ່ອນນອນ 100ບ່ອນ, ຖ້ວຍບ່ວງຈອກສຳລັບນັກຮຽນ 100ຊຸດ, ໂຕະຕັ່ງສຳລັບນັກຮຽນຊັ້ນອະນຸບານ, ເຄື່ອງຫຼິ້ນ ສະໄລເດີ້ ແລະ ອື່ນໆ ລວມເທິງຄອມ, smart TV, ຕູ້ໃສ່ເອກະສານ ແລະ ອຸປະກອນທຸກຢ່າງທີ່ໃຊ້ໃນໂຮງຮຽນແມ່ນທາງໂຮງຮຽນ ເດັກຄຳຮູ້ເປັນຜູ້ປະກອບໃຫ້ຈົນກວ່າພ້ອມເປີດໂຮງຮຽນ100% (ມີເອກະສານລາຍສະອຽດປີກຍ່ອຍ ຫາກຜູ້ສົນໃຈລົງທຶນກະລຸນາຕິດຕໍ່ຫາພວກເຮົາ)
ຕິດຕໍ່ປະສານງານກ່ຽວກັບການລົງທຶນ
