ກ່ຽວກັບພວກເຮົາ

ປະຫວັດຄວາມເປັນມາຂອງ ໂຮງຮຽນ ເດັກຄຳຮູ້
ໂຮງຮຽນ ເດັກຄຳຮູ້ ສ້າງຕັ້ງຂຶ້ນ ໃນວັນທີ 27/10/2014 ສະຖານທີ່ຕັ້ງຢູ່ ບ້ານ ຮ່ອງແກ ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ ໂດຍໄດ້ຮັບອະນຸຍາດຈາກກະຊວງສຶກສາທິການ ແລະ ກີລາ ສະບັບເລກທີ 1897/ສກຂ.ນວ. ຜູ້ກໍ່ຕັ້ງແມ່ນ ນາງ ດາວວອນ ບຸນມະວົງ ເຊິ່ງເປັນຜູ້ທີ່ມີຄວາມມັກຮັກ ແລະ ມີຄວາມເປັນຫ່ວງເປັນໃຍໃນຕົວເດັກຕະຫຼອດເວລາ ຈິ່ງໄດ້ສ້າງຕັ້ງໂຮງຮຽນເດັກຄຳຮູ້ຂຶ້ນ ເພື່ອຫວັງວ່າໂຮງຮຽນເດັກຄຳຮູ້ ຈະເປັນເຮືອນຫຼັງທີ 2 ຂອງເດັກ, ເປັນບ່ອນສິດສອນ, ເປັນບ່ອນຫຼິ້ນ ແລະ ເປັນແຫງໃຫ້ຄວາມຮູ້ແກ່ເດັກ.
ຕໍ່ມາໃນປີ 2016 ໄດ້ຂະຫຍາຍສາຂາໄປ ປາກເຊ ແຂວງ ຈໍາປາສັກ ເຊິ່ງໄດ້ເປີດຮັບນັກຽນຢ່າງເປັນທາງການໃນວັນທີ 31/01/2016 ທີ່ບ້ານ ສະໜາມໄຊ ເມືອງປາກເຊ ແຂວງຈຳປາສັກ. ເບື້ອງຕົ້ນແມ່ນເປີດເປັນໂຮງຮຽນລ້ຽງເດັກ ແລະ ດ້ວຍຄວາມຮຽກຮ້ອງຕ້ອງການຂອງຜູ້ປົກຄອງຈິ່ງໄດ້ຂະຫຍາຍອອກເປັນຊັ້ນອະນະບານ ແລະ ປະຖົມ ແລະ ໄດ້ຍ້າຍສະຖານທີ່ໄປຕັ້ງຢູ່ ບ້ານ ສວນສະຫວັນ ນະຄອນປາກເຊ ແຂວງຈໍາປາສັກ ເຊິ່ງເອີ້ນວ່າເປັນສາຂາ 2 ຂອງໂຮງຮຽນ ເດັກຄຳຮູ້.
ວັນທີ 01/01/2018 ໄດ້ເປີດສາຂາທີ 3 ຂຶ້ນທີ່ ບ້ານ ໜອງປຸ່ງ ເມືອງ ໂພນໂຮງ ແຂວງວຽງຈັນ (ຊັ້ນລ້ຽງເດັກ-ອະນຸບານ-ປະຖົມ)
ວັນທີ 01/01/2019ໄດ້ເປີດສາຂາທີ 4 ຂຶ້ນທີ່ບ້ານ ໄຊສົມບູນ ເມືອຫຼວງນໍ້າທາ ແຂວງ ຫຼວງນໍ້າທາ
ວັນທີ 01/07/2020ໄດ້ເປີດສາຂາທີ 5 ຂຶ້ນທີ່ບ້ານ ໂພເງິນ ເມືອງ ຫາດຊາຍຝອງ
ນະຄອນຫຼວງວຽງຈັນ ພາຍໃຕ້ການດຳເນີນການຮຽນ-ການສອນຈາກຫຼັກສູດກະຊວງສຶກສາ ແລະ ເສີມທັກສະຄວາມຮູ້ຄວາມສາມາດໃຫ້ເດັກກ້າສະແດງອອກ ແລະ ເປັນເດັກກະຕັນຍຸ ຕັກກະເວທີ ໃນຮູບແບບຂອງໂຮງຮຽນ ເດັກຄຳຮູ້
ນອກຈາກນີ້ທາງໂຮງຮຽນ ເດັກຄຳຮູ້ເອງ ຍັງໄດ້ມີຄວາມຕັ້ງໃຈທີ່ຈະຖ່າຍຖອດຫຼັກສູດການຮຽນ-ການສອນ ຂອງກະຊວງສຶກສາທິການ ແລະ ກີລາ ແຫ່ງ ສປປລາວ ໃຫ້ໄດ້ທົ່ວເຖິງ ກໍ່ຄືຂະຫຍາຍສາຂາໃຫ້ໄດ້ 1ແຂວງ 1 ສາຂາ ໃນທົ່ວ ສປປລາວ.

ກ່ຽວກັບໂຮງຮຽນ
ວິໄສທັດ
ເປັນໂຮງຮຽນລ້ຽງເດັກ-ອະນຸບານ ອັນດັບ 1 ທີ່ໄດ້ຮັບຄວາມໄວ້ວາງໃຈຈາກຜູ້ປົກຄອງກໍ່ຄືສັງຄົມໃນຂອບເຂດທົ່ວປະເທດລາວ ກ່ຽວກັບການດູແລສິດສອນເດັກ ໃຫ້ມີຄວາມຮູ້ ຄວາມສາມາດ ກ້າສະແດງອອກ ແລະ ກະຕັນຍູ ກະຕະເວທີ
ພັນທະກິດ
ສ້າງເດັກ ໃຫ້ມີຄວາມຮູ້ ຄວາມສາມາດ ກ້າສະແດງອອກ ແລະ ກະຕັນຍູ ຕະກະເວທີ ດ້ວຍທີມງານຄູມືອາຊີບ ສິດສອນ ແລະ ດູແລເດັກດ້ວຍຄວາມຮັກ ແລະ ຄວາມເຂົ້າໃຈ
ການບໍລິການ
ຫຼັກສູດການຮຽນ-ການສອນ
ຕາຕະລາງວັນພັກຂອງໂຮງຮຽນ
01/01/21ປີໃໝ່ສາກົນ 2021
08/03/21ວັນແມ່ຍິງສາກົນ
12-16/4/2021ບຸນປີໃຫມ່ລາວ
01/05/21ວັນກຳມະກອນສາກົນ
01/06/21ວັນເດັກນ້ອຍສາກົນ
20/7/2021ວັນສ້າງຕັ້ງສາຫະພັນແມ່ຍິງລາວ
7/10/21ວັນຄູແຫ່ງຊາດ
19/11/2021ບຸນນະມັດສະການພະທາດຫຼວງວຽງຈັນ
02/12/21ວັນຊາດ
