hu-removebg-previewhu-removebg-previewhu-removebg-previewhu-removebg-preview
  • ໜ້າຫຼັກ
  • ສາຂາ
    • ສາຂາ ນະຄອນຫຼວງວຽງຈັນ
    • ສາຂາ ນະຄອນຫຼວງວຽງຈັນ(2)
    • ສາຂາ ວຽງຈັນ
    • ສາຂາ ຫຼວງນ້ຳທາ
    • ສາຂາ ຈຳປາສັກ
  • ຮ່ວມທືນ
  • ກ່ຽວກັບພວກເຮົາ
  • ຂໍ້ມູນຂ່າວສານ
  • ຕິດຕໍ່
  • ຂໍ້ມູນນັກຮຽນ
    • ເຂົ້າສູ່ລະບົບ
    • ລົງທະບຽນ

ຂໍ້ມູນຂ່າວສານ

  • Home
  • ຂ່າວກິດຈະກຳໂຮງຮຽນ
  • ຂໍ້ມູນຂ່າວສານ
monday
August 17, 2021
ສິ່ງດີໆມາແນະນຳ
September 1, 2021
Published by khamhou on September 1, 2021
Categories
  • ຂ່າວກິດຈະກຳໂຮງຮຽນ
Tags
🏫📚 ໃນຊ່ວງເວລາທີ່ລູກໆອາຍຸປະມານ 2 ຫາ 3 ປີ ທາງຜູ້ປົກຄອງຈະຕ້ອງໄດ້ກຽມຕົວກັບສະຖານະການທີ່ຕື່ນເຕັ້ນ ແລະ ຄິດຮອດໃນເວລາດຽວກັນ ເພາະວ່າມັນເປັນເວລາຂອງການເຂົ້າຮຽນຄັ້ງທຳອິດຂອງລູກ ເຊິ່ງການໄປໂຮງຮຽນນັ້ນຖືເປັນພັດທະນາສ່ວນໜຶ່ງຂອງເດັກ ເພາະມັນເປັນສະຖານທີ່ແປກໃໝ່ ທີ່ພວກເຂົາຈະໄດ້ຝຶກການເຂົ້າສັງຄົມ ແລະ ໃຊ້ຊີວິດຮ່ວມກັບຜູ້ອື່ນ ພ້ອມທັງໄດ້ຮຽນຮູ້ສິ່ງຕ່າງໆ ບໍ່ວ່າຈະເປັນການຫຼິ້ນກິດຈະກຳຕ່າງໆ, ຝຶກການຂຽນ-ອ່ານ ແລະ ທີ່ສຳຄັນແມ່ນການເຂົ້າສູ່ສັງຄົມໃໝ່ ບໍ່ວ່າຈະເປັນຄວາມຢ້ານ, ຄວາມກັງວົນໃຈ ແລະ ຄວາມບໍ່ໄວ້ວາງໃຈ ໃນໂລກໃໝ່ຂອງພວກເຂົາອາດເກີດຂຶ້ນໄດ້ເພາະວ່າ ພວກເຂົາຕ້ອງແຍກຈາກພໍ່ແມ່ເພື່ອມາຮຽນຮູ້ການເຂົ້າສັງຄວາມກັບໝູ່ຢູ່ໂຮງຮຽນ ແລະ ກ່ອນທີ່ຈະມາໂຮງຮຽນນັ້ນ ທາງຜູ້ປົກກໍຕ້ອງໄດ້ກຽມຄວາມພ້ອມບາງຢ່າງໃຫ້ລູກໆ ເພື່ອເປັນການຝຶກໃຫ້ເຂົາຮູ້ຈັກການປັບໂຕໃນເວລາທີ່ບໍ່ໄດ້ຢູ່ກັບພໍ່ ແລະ ແມ່ ດັ່ງລຸ່ມນີ້:
1. ເລົ່າເລື່ອງກ່ຽວກັບໂຮງຮຽນ 👶🏻✨
ໂດຍຜູ້ປົກຄອງອາດຈະເລົ່າເລື່ອງຕ່າງໆກ່ຽວກັບການໄປໂຮງຮຽນໃຫ້ລູກຟັງວ່າເປັນຫຍັງຖຶງຕ້ອງໄປໂຮງຮຽນເຊັ່ນ ເວລາໄປໂຮງຮຽນພວກເຂົາຈະໄດ້ພົບພໍ້ກັບໝູ່ເພື່ອນຫຼາຍຄົນ ໂດຍມີອາຈານເປັນຜູ້ດູແລເບິ່ງແຍງແທນພໍ່ແມ່ ໂດຍເວລາທີ່ຢູ່ໂຮງຮຽນນອກຈາກຈະມີໝູ່ຫຼາຍແລ້ວຍັງມີຂອງຫຼິ້ນ ແລະ ກິດຈະກຳຕ່າງໆໃຫ້ເຮັດນຳອີກ ໂດຍຜູ້ປົກຄອງຕ້ອງເວົ້າໃນລັກສະນະດ້ານບວກເພື່ອໃຫ້ພວກເຂົາສ້າງທັດສະນະຄະຕິທີດີກ່ຽວກັບໂຮງຮຽນ.
2. ສ້າງຄວາມຄຸນເຄີຍໃຫ້ກັບເດັກ 👶🏻✨
ກ່ອນໄປໂຮງຮຽນຜູ້ປົກຄອງອາດຈະຫາເວລາຫວ່າງພາເດັກໄປສຳຫຼວດໂຮງຮຽນ ໃຫ້ພວກເຂົາໄດ້ເຫັນບັນຍາກາດ ເພື່ອເປັນການສ້າງຄວາມຄຸ້ນເຄີຍ ໂດຍການພາຢ່າງເບິ່ງບໍລິເວນອ້ອມຮອບໂຮງຮຽນ ແລະ ໂອ້ລົມກັບເຂົາກ່ຽວກັບສິ່ງທີ່ເຫັນພາຍໃນໂຮງຮຽນ.
3. ບອກເລື່ອງກິດຈະວັດປະຈຳວັນ 👶🏻✨
ກ່ອນຈະເຂົ້າໂຮງຮຽນ ຜູ້ປົກຄອງຕ້ອງຝຶກໃຫ້ ລູກໆ ເຊົາໃສ່ແພ່ມເພີດ ກ່ອນ ແລະ ຝຶກໃຫ້ພວກເຂົາສື່ສານບອກຄວາມຕ້ອງການຂອງຕົນເອງເຊັ່ນ: ເວລາປວດຍ່ຽວ ຫຼື ອຶ ຫຼື ຢາກເຂົ້າຫ້ອງນ້ຳ ລວມເຖິງການຝຶກໃຫ້ພວກເຂົານຸ່ງເຄື່ອງດ້ວຍຕົນເອງ ແລະ ທີ່ສຳຄັນແມ່ນ ຕ້ອງຝຶກໃຫ້ພວກເຂົາຮູ້ຈັກການຕັກອາຫານກິນດ້ວຍຕົນເອງ ແລະ ສອນໃຫ້ຮູ້ຈັກການຈັບບ່ວງ ແລະ ສ້ອມ ໃນເບື້ອງຕົ້ນດ້ວຍ.
4. ຈັດເວລາເຂົ້ານອນໃນມື້ທີ່ເດັກໆຕ້ອງໄປໂຮງຮຽນ 👶🏻✨
ໂດຍປົກກະຕິເດັກນ້ອງໃນຊ່ວງກ່ອນເຂົ້າໂຮງຮຽນບໍ່ຄວນນອນເດິກເກີນເວລາ 21:00 ໂມງ ເພື່ອເປັນການເຮັດໃຫ້ເດັກລຶ້ງເຄີຍຈົນເປັນນິໄສ ເພື່ອໃຫ້ພວກເຂົາໄດ້ພັກຜ່ອນຢ່າງເຕັມທີ່ ແລະ ຕື່ນເຊົ້າໄປໂຮງຮຽນໃຫ້ທັນເວລາ ແລະ ເຂົາກໍສາມາດລຸກເອງໄດ້ໂດຍທີ່ພໍ່ແມ່ ບໍ່ຕ້ອງປຸກ ເພາະວ່ານອນຄົບໄລຍະເວລາທີ່ກຳນົດແລ້ວ ທີ່ສຳຄັນຖ້າພວກເຂົາພັກຜ່ອນພຽງພໍ ກໍຈະເຮັດໃຫ້ພວກເຂົາມີຄວາມສົດຊື່ນ, ບໍ່ງໍແງ ແລະ ພ້ອມທີ່ຈະເຮັດກິດຈະກຳຢູ່ໂຮງຮຽນຢ່າງເຕັມທີ່.
5. ກຽມໃຈ ແລະ ຢ່າໃຈອ່ອນ ສຳລັບ ພໍ່ແມ່ 👶🏻✨
ສິ່ງສຳຄັນທີ່ສຸດກໍແມ່ນຜູ້ປົກຄອງ ເພາະເວລາທີ່ໄປສົ່ງລູກຢູ່ໂຮງຮຽນແລ້ວ ກໍຄວນຢ່າງອອກຈາກເດັກມາເລີຍ ແລະ ປ່ອຍໃຫ້ເປັນໜ້າທີ່ຂອງຄູອາຈານເປັນຜູ້ດູແລເດັກຕໍ່ໄປ ເພາະຖ້າຜູ້ປົກຄອງຍັງບໍ່ຢ່າງອອກຈາກພວກເຂົາເດັກກໍຈະແຮງຮ້ອງໄຫ້ຫຼາຍຂຶ້ນ ດັ່ງນັ້ນ, ພໍ່ແມ່ ຕ້ອງໃຈແຂງ ແລະ ເມື່ອເຂົາໄດ້ພົບພໍ້ໝູ່ຄູ່ໄປໃນໄລຍະໜຶ່ງພວກເຂົາກໍຈະເຊົາຮ້ອງເອງ ແລະ ອາດຈະໃຊ້ເວລາ 1 ຫາ 2 ມື້ ພວກເຂົາກໍຈະບໍ່ຮ້ອງໄຫ້ແບບມື້ທຳອິດອີກເລີຍ.
‼️(ຖ້າຜູ້ປົກຄອງຢາກແອບເບິ່ງກໍແອບໄດ້ ແຕ່ຢ່າໃຫ້ພວກເຂົາເຫັນເດັກຂາດ ບໍ່ຊັ້ນຈະເປັນເລື້ອງ)‼️
——————————————–
#ໂຮງຮຽນເດັກຄຳຮູ້
☎️ສອບຖາມຂໍ້ມູນ: 020 5599 4516 & 020 5567 5000
📍ສະຖານທີ່: ບ້ານ ຮ່ອງແກ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ.

Share
0
khamhou
khamhou

Related posts

August 17, 2021

monday


Read more
May 31, 2021

Covid-19


Read more

Comments are closed.

ໂຮງຮຽນ ເດັກຄຳຮູ້


ຂໍ້ມູນຂ່າວສານ

ຕິດຕໍ່ພວກເຮົາ

ສາຂາ 1 ບ້ານ ຮ່ອງແກ ເມືອງ ໄຊເສດຖາ
020 5599 4516 & 020 5567 5000

ສາຂາ 2 ບ້ານສວນສະຫວັນ ນະຄອນປາກເຊ ແຂວງຈຳປາສັກ
020 5599 4516 & 020 9777 3351

ສາຂາ 3 ບ້ານໜອງປຸ່ງ ເມືອງ ໂພນໂຮງຮຽນ ແຂວງວຽງຈັນ
020 5423 1115 & 020 9365 5810

ສາຂາ 4 ບ້ານ ໄຊສົມບູນ ເມືອງ ຫຼວງນ້ຳທາ ແຂວງຫຼວງນ້ຳທາ
020 5599 4516 & 020 9567 4329

ສາຂາ 5 ບ້ານໂພເງິນ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ
020 5599 4516 & 020 5454 5904


ແຜນທີ່ຕັ້ງ

© 2021 DKH. All Rights Reserved. SYSTORY
ສາຂາ